ຫ້ອງເຮັດກິ່ນ

ຫ້ອງນ້ອຍໆ ໃນວຽງຈັນ

Silána ແມ່ນສະຕູດິໂອນ້ຳຫອມສະເພາະບຸກຄົນ ແລະ ສຳນັກງານ ໃຈກາງວຽງຈັນ — ພວກເຮົາອອກແບບກິ່ນສະເພາະຕົວໃຫ້ເປັນເອກະລັກໜຶ່ງຄົນຕໍ່ໜຶ່ງສູດ ດ້ວຍຫັດຖະກຳ ແລະ ຄວາມຕັ້ງໃຈ ເພື່ອຄວາມງາມທີ່ແຕກຕ່າງ ເພາະພວກເຮົາເຊື່ອວ່າທຸກສະຖານທີ່ມີຄວາມຊົງຈຳ ແລະກິ່ນນັ້ນສາມາດດຶງຄວາມຊົງຈຳ ແລະ ຄວາມຄິດຮອດໂດຍບໍ່ຕ້ອງໄປເຖິງສະຖານທີ່ນັ້ນໂດຍຕົງ.

Silána · Vientiane

ຈຸດເລີ່ມຕົ້ນ

ເລີ່ມຕົ້ນຈາກຄວາມເຊື່ອນ້ອຍໆ

Silána ເກີດຈາກຄວາມເຊື່ອວ່າ ນ້ຳຫອມທີ່ດີ ຄວນເປັນເອກະລັກສະເພາະບຸກຄົນ ລະຫວ່າງຜູ້ໃຊ້ ກັບ ຕົວນ້ຳຫອມເອງ.

ພວກເຮົາເປີດສະຕູດີໂອ ອອກແບບກິ່ນໃນຫ້ອງນ້ອຍໆ ໃຈກາງວຽງຈັນ ໃນປີ 2026 ດ້ວຍນ້ຳມັນຫອມ 30 ຊະນິດ ຕູ້ແກ້ວສາມຕູ້ ແລະ ຄວາມຕັ້ງໃຈໜຶ່ງດຽວ — ເຮັດໃຫ້ກິ່ນກາຍເປັນຄວາມຊົງຈຳ

ຫຼັກການ

ສາມຄຳ ທີ່ນຳທາງທຸກຂວດ

I

ຫັດຖະກຳ

ທຸກຢົດດ້ວຍມື

ບໍ່ມີເຄື່ອງຈັກ ບໍ່ມີສາຍພານ ທຸກຂວດບັນຈຸ ແລະ ປິດຜະນຶກທີ່ຫ້ອງເຮັດກິ່ນ ໂດຍມືຂອງຜູ້ປະພັນເອງ.

II

ຄວາມຕັ້ງໃຈ

ເພື່ອຄວາມງາມທີ່ແຕກຕ່າງ

ເພາະພວກເຮົາເຊື່ອວ່າທຸກສະຖານທີ່ມີຄວາມຊົງຈຳ ແລະກິ່ນນັ້ນສາມາດດຶງຄວາມຊົງຈຳ ແລະ ຄວາມຄິດຮອດໂດຍບໍ່ຕ້ອງໄປເຖິງສະຖານທີ່ນັ້ນໂດຍຕົງ.

III

ຄວາມງຽບ

ບໍ່ປະກາດຕົວ

ພວກເຮົາບໍ່ເຊື່ອໃນການຕະຫຼາດທີ່ດັງ ກິ່ນທີ່ດີເວົ້າດ້ວຍຕົນເອງ ແລະ ເວົ້າສະເພາະກັບຜູ້ທີ່ຢູ່ໃກ້ພໍ.

ຫ້ອງເຮັດກິ່ນ

ຕົວເລກເບື້ອງຫຼັງ ທຸກໆຂວດ

ຕົວເລກທີ່ເງີບງຽບຈາກສິລະປະທີ່ຊ້າ ທຸກຕົວເລກເປັນຄຳໝັ້ນສັນຍາຕໍ່ຜູ້ສວມໃສ່ · ບໍ່ເຄຍເປັນການໂຄສະນາ

  1. 01
    0+

    ວັດຖຸດິບດິບ

    ເກັບເກີ່ວຈາກຊ່າງກັ່ນນຳມັນທົ່ວລາວ ແລະ ອາຊີ

  2. 02
    0ອາທິດ

    ການໂຕບັນເກີດ

    ທຸກສູດຈະພັກຜ່ອນໃນໄມ້ໂອກ ກ່ອນບັນຈຸ

  3. 03
    0%

    ສະເພາະບຸກຄົນ

    ບໍ່ມີຂວດສອງຂວດທີ່ອອກຈາກຫ້ອງເຮັດວຽກຄືກັນ

  4. 04
    0ຂອງ 1

    ລາຍເຊັນ

    ທຸກສູດຖືກປະກອບສຳລັບຜູ້ສວມໃສ່ຄົນດຽວ

ພວກເຮົາບໍ່ໄດ້ຂາຍນ້ຳຫອມ ພວກເຮົາປະພັນຄວາມຊົງຈຳ

— ຫ້ອງເຮັດກິ່ນ Silána · ວຽງຈັນ

ເລີ່ມເລື່ອງລາວຂອງທ່ານ

ກິ່ນທຳອິດຂອງທ່ານ ກຳລັງລໍຖ້າ